ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ 585 ທະຫານ​ແຂວງ​ຫົວພັນ ຈັດ​ຕັ້ງ​ກຳລັງ​​ຊ່ວຍເຫຼືອ​ປະຊາຊົນ
ທີ່ໄດ້ຮັບຜົນກະທົບຈາກໄພພິບັດ​ທາງ​ທຳ​ມະ​ຊາດ


   ໃນ​ລະຫວ່າງ​ວັນ​ທີ 2-4 ສິງຫາ 2023, ຢູ່​ເມືອງ​ຮ້ຽມ ແຂວງ​ຫົວພັນ ໄດ້​ເກີດ​ມີ​ຝົນຕົກ​ໜັກ ເຮັດ​ໃຫ້​ມີ​ນ້ຳ​ປ່າ​ໄຫຼຊຸ, ຫ້ວຍ​ນ້ຳ​ຫຼາຍ​ສາຍ​ໄດ້​ໄຫຼ​ນອງ
​ສົ່ງ​ຜົນ​ເຮັດ​ໃຫ້​ສາຍນ້ຳຄານ ​ເພີ່ມ​ລະດັບ​ນ້ຳ​ຂຶ້ນ​ຢ່າງ​ໄວວາ ເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຖະໜົນ​ຫົນທາງ, ເສົາ​ໄຟຟ້າ, ນໍ້າ​ຖ້ວມ​ເຮືອນ​ຊານ​ບ້ານ​ຊ່ອງ, ໄຮ່ນາ​ຮົ້ວ​
ສວນ ແລະ ໜອງ​ປາ​ຂອງ​ປະຊາຊົນ ໂດຍ​ສະເພາະ​ເຂດ​ບ້ານ​ສຳພັນ​ທອງ ມີ​ເຮືອນ​ປະຊາຊົນ​ໄດ້​ຮັບ​ຜົນ​ກະທົບ ເສຍ​ຫາຍ ຈຳນວນ 5 ຫຼັງຄາ​, ມີ 4 ຄອບຄົວ,
ມີ​ຈຳນວນ 21 ຄົນ, ຍິງ 10 ຄົນ ທີ່​ຖືກ​ຜົນ​ກະທົບ​ຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ​ໃນ​ຄັ້ງ​ນີ້ ແລະ ຖືກ​ນ້ຳ​ພັດ​ໄຫຼ ຈຳນວນ 2 ຫຼັງຄາ​, ເລົ້າ​ເຂົ້າ 1 ຫຼັງ. ນອກ​ນີ້,
ລະບົບ​ຕາ​ຂ່າຍ​ໄຟຟ້າ​ໄດ້​ຮັບ​ຜົນ​ກະທົບ ເສົາ​ໄຟຟ້າ ຫັກ-ລົ້ມ ຈຳນວນ 4 ຈຸດ​ຄື: ຈຸດ​ບ້ານ​ພູ​ວຽງ, ສົ້ນ​ຂົວ​ນໍ້າຄານ, ບ້ານ​ສາ​ກົກ ແລະ ບ້ານ​ຫາດ​ສາ, ລະບົບ
​ຊົນລະປະທານ​ເປ່​ເພ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ. ສ່ວນ​ບ້ານ​ອື່ນໆ​ທີ່​ຕັ້ງ​ຢູ່​ແລບ​ຕາມ​ສາຍ​ນ້ຳ​ຄານ ກໍ​ໄດ້​ຮັບ​ຜົນ​ກະທົບ​ເຊັ່ນ​ດຽວ​ກັນ. ຕໍ່​​ສະພາບ​ການ​ດັ່ງກ່າວ, ຄະ
ນະ​ພັກ-ຄະ​ບັນຊາ​ກອງພັນ​ 585 ໄດ້​ຈັດ​ຕັ້ງ​ກຳລັງ​​ຊ່ວຍເຫຼືອ​ປະຊາຊົນເພື່ອ​ເຄື່ອນ​ຍ້າຍ​ຊັບ​ສີນ, ສັດລ້ຽງ​ຂອງ​ປະຊາຊົນໄປ​ໄວ້​ເຂດ​ປອດ​ໄພ ແລະ ​ສ້າງ​ເປັນ​ຄູ​
ກັນ​ເຈືອນ-ກັນ​ນ້ຳ ຊ່ວຍ​ປະຊາຊົນ.


ວັນທີ 09/08/2023